ເຊີບເວີສ່ວນຕົວ   ::   VPS Server

HOME   >   VPS SERVER

ເລືອກ VPS Hosting Plans ຂອງທ່ານ

ລະບົບເຊີບເວີສໍາລັບອົງກອນ ພື້ນທີ່ເກັບຂໍ້ມູນແບບອອນລາຍເອັສເອັສດີ (SSD) ທີ່ມີຄວາມປອດໄພໃນການໃຊ້ງານ ພ້ອມທີມງານສະໜັບສະໜູນ (Support) ເລີ່ມຕົ້ນພຽງ 25$/ເດືອນ.

ພິເສດສຸດ! Promotion ສໍາບັບລູກຄ້າລາຍປີ ຟຣີໂດເມນເນມ 1 ໂດເມນ ຕະຫຼອດການໃຊ້ງານ.

  • VPS-Standard
  • 25$/mo
  • 2 Cores
  • 2 GB RAM
  • 20 GB SSD
  • Unlimited Email Accounts
  • 1 TB Bandwidth
  • 0 Additional IP
  • VPS-Pro
  • 35$/mo
  • 2 Cores
  • 4 GB RAM
  • 40 GB SSD
  • Unlimited Email Accounts
  • 1 TB Bandwidth
  • 1 Additional IP
  • VPS-Advance
  • 70$/mo
  • 3 Cores
  • 6 GB RAM
  • 80 GB SSD
  • Unlimited Email Accounts
  • 2 TB Bandwidth
  • 1 Additional IP
  • VPS-Max
  • 90$/mo
  • 4 Cores
  • 8 GB RAM
  • 120 GB SSD
  • Unlimited Email Accounts
  • 2 TB Bandwidth
  • 1 Additional IP

VPS Server Features

ພົບກັບເທັກໂນໂລຍີ່ທີ່ທັນສະໄໝ ກັບເຊີບເວີ (Virtual Private Server “VPS”) ຂອງພວກເຮົາ ທີ່ເຕັມໄປດ້ວຍຄວາມຫຼາກຫຼາຍຂອງຟີດເຈີ (Features) ສາມາດຮອງຮັບກັບການເຮັດວຽກທີ່ຫຼາຍຂຶ້ນ ແລະ ຄວາມຍືດຍຸ່ນສູງ ໃນການຄວບຄຸ້ມເວັບໄຊທ໌ຂອງທ່ານ, ການພັດທະນາແອບພຣີແຄຊັນ (Applications) ທີ່ຊັບຊ້ອນ ຫຼື ເປັນທີ່ຕ້ອງການໃຫ້ເວັບໄຊທ໌ຂອງທ່ານມີປະສິດທິພາບສູງສຸດ. VPS Hosting ຕອບສະໜອງຄວາມຕ້ອງການຂອງທ່ານໄດ້.

ລະບົບປະຕິບັດການ CentOS

ຕິດຕັ້ງໃຊ້ງານໄດ້ວ່ອງໄວ (Free Setup) ໂດຍໃຊ້ລະບົບປະຕິບັດການ CentOS Linux with Full Root Access (64-bit with 32-bit Compatibility).

Apache Web Server ເວັບເຊີບເວີຕິດຕັ້ງພ້ອມໃຊ້ງານ.

ຄອບຄຸມຈັດການດ້ວຍຄອນໂທຼເພເນລ

ລະບົບຄອບຄຸມຈັດການອີເມວທີ່ງ່າຍ ສະດວກດ້ວຍ cPanel Control Panel.

ລະບົບຄອບຄຸມຈັດການເວັບໂຮດສ (Web hosting) ທີ່ງ່າຍ ສະດວກດ້ວຍ cPanel WHM  Control Panel.

ບໍ່ຈໍາກັດຈໍານວນເວັບໄຊທ໌

ບໍ່ຈໍາກັດຈໍານວນ Addon Domain ໃນເວັບໂຮດສຕິ້ງ (Web Hosting) ທ່ານຈິ່ງສາມາດສ້າງເວັບໄຊທ໌ໄດ້ຕາມຄວາມຕ້ອງການໃນ VPS Serverຂອງທ່ານ ຢ່າງສົມບູນແບບ ເໝາະສໍາລັບນັກອອກແບບ ແລະ ນັກພັດທະນາເວັບໄຊທ໌ ທີ່ສ້າງແອັບພຣີເຄຊັນສໍາລັບລູກຄ້າໄດ້ໂດຍບໍ່ມີຂີດຈໍາກັດ.

1-2 TB Transfer Bandwidth

ປະລິມານຂໍ້ມູນການເຂົ້າຊົມເວັບໄຊທ໌ ແລະ ການໃຊ້ອີເມວຂອງທ່ານ ແຕ່ 1-2 TB Transfer Bandwidth ແມ່ນພຽງພໍສໍາລັບຄວາມຕ້ອງການແລະ ພຽງພໍໃນຕະຫຼອດການໃຊ້ງານ.

ຮອງຮັບການເຮັດວຽກງານການໃຊ້ງານ Application ຫຼາກຫຼາຍ

Supports: MySQL, PHP, Perl, Python (Django), Ruby (on Rails), FFMpeg ມີຄວາມຍືດຍຸ່ນຕໍ່ການໃຊ້ງານ ສາມາດຕິດຕັ້ງ ແລະ ປັບແຕ່ງການໃຊ້ງານຊອບແວຣ໌ (Software) ຫຼື ແອັບພຣີເຄຊັນ ໄດ້ຢ່າງອິດສະຫຼະ.

Private Name Server

Name Server ສ່ວນຕົວ ໂດຍທ່ານຈະໄດ້ຮັບ 1 IP ສ່ວນຕົວ.

ບໍ່ຈໍາກັດໂດເມນເນມ, ບໍ່ຈໍາກັດອີເມວ

Unlimited addon Domains
Unlimited Sub Domains
Unlimited email accounts
Unlimited MySQL databases
Unlimited FTP access
5 cPanel user accounts

Full Root Access

ສາມາດເຂົ້າໃຊ້ງານລະບົບດ້ວຍ Root.

ພິເສດສຸດ! ຈັດເກັບ Log ຕາມລະບຽບ 90 ວັນ

ເກັບບັນທຶກເຫດການທຸກິດຈະກໍາ ທີ່ມີການໃຊ້ງານຜ່ານ Email Server ເຊັ່ນ ການຮັບສົ່ງອີເມວ (email log file (s)) ເຊິ່ງສາມາດຕິດຕາມໄດ້ໃນພາຍຫຼັງ.

Backup ຂໍ້ມູນອີເມວ

ສໍາຮອງຂໍ້ມູນໂດຍ Backup ຂໍ້ມູນ Email ແບບລາຍວັນ ຫຼື Daily backup ທຸກຄືນຈໍານວນ 1 ຊຸດ ແລະ ສໍາຮອງຂໍ້ມູນ Weekly backup ທຸກຄືນວັນເສົາຈໍານວນ 1 ຊຸດ ແລະ ພ້ອມ Restore ຂໍ້ມູນໃຫ້ກັບທ່ານ ເມື່ອມີຄວາມປະສົງຢາກກູ້ຄືນຂໍ້ມູນ.

ອັບເດັດໂປຼແກຼມປ້ອງກັນໄວຣັດຂອງ Email

ອັບເດັກໂປຼແກຼມ cPanel ແລະ Antivirus ໃຫ້ເປັນເວີຊັນລ່າສຸດ ເພື່ອເພີ່ມປະສິດທິພາບ ແລະ ຄວາມປອດໄພຂອງການໃຊ້ງານ Email.

ກວດການການເຮັດວຽກຂອງ Mail Queue ທີ່ຜິດປົກກະຕິ

Mail queue monitoring ຄືການກວດກາ Mail queue ຂອງ Email hosting ຂອງທ່ານ ກໍລະນີ Email ຄ້າງສົ່ງຜິດປົກະຕິ ປ້ອງກັນການຕິດ Blacklist ຈາກການສົ່ງ Spammail ຈາກ email hosting server.

Email ທີ່ປອດໄພ ແລະ ນ່າເຊື່ອຖື

  • ພ້ອມລະບົບກັ່ນຕອງອີເມວຂີ້ເຫຍື້ອ ຫຼື Spam mail filter
  • ຟຣີ…ລະບົບປ້ອງກັນໄວຣັດຈາກອີເມວ ຫຼື Virus protection
  • SMTP, POP3 ແລະ IMAP, mailing list, spam assassin
  • Web base email: Horde and RoundCuube
  • POP3, Outlook, Windows live mail, thunderdird ແລະ ໃຊ້ອີເມວໃນໂທລະສັບມືຖື

ກວດກາ LOG ແລະ ຕອບບັນຫາການໃຊ້ງານອີເມວ

Support ບໍລິການລູກຄ້າ ເບິ່ງແຍງໂດຍບໍລິການກວດກາ LOG ແລະ ຕອບັນຫາ ກໍລະນີທ່ານມີບັນຫາຈາກການໃຊ້ງານອີເມວ.

ຝຣີ! ສໍາລັບການ Setup

ບໍລິການຕິດຕັ້ງ VPS Server ພ້ອມໃຊ້ ໂດຍບໍ່ມີຄ່າໃຊ້ຈ່າຍໃນການຕິດຕັ້ງເພີ່ມເຕີ່ມ ຊ່ວຍໃຫ້ທ່ານເລີ່ມຕົ້ນ VPS Server ໄດ້ທັນທີ່.

ຟຣີ ໂດເມນເນມ ແລະ ບໍລິການຍ້າຍຂໍ້ມູນຈາກ Server ເດີມ

ລູກຄ້າທີ່ໃຊ້ງານ VPS Server ລາຍປີ ຟຣີ! ສໍາລັບການຈົດໂດເມນເນມ, ຍ້າຍໂດເມນເນມ ຫຼື ຕໍ່ອາຍຸໂດເມນເນມ ຈໍານວນ 1 ໂດເມນເນມຕະລອດການໃຊ້ງານ. ສໍາລັບລູກຄ້າທີ່ໃຊ້ງານ cPanel ຈາກ web hosting ເດີມ ເຮົາບໍລິການຍ້າຍຂໍ້ມູນເວັບໄຊທ໌ ເຊັ່ນ: mySQL Transfer, Script Transfer.

ທີມງານສະໜັບສະໜູນ / Customer support

ທຸກ VPS Server Plan ພ້ອມໃຫ້ການສະໜັບສະໜູນສໍາລັບລູກຄ້າຂອງເຮົາ ໂດຍທ່ານສາມາດຕິດຕໍ່ກັບເຮົາຜ່ານ Tel/WhatsApp +856-20-9944 0084, Email: info@laoswebhost.com.

Start right now!

Reliable VPS Server

ພຽງ 3 ຂົ້ນຕອນງ່າຍໆ (3 Easy Steps)

ເລີ່ມຕົ້ນໃຊ້ງານ VPS Server ງ່າຍໆ ພຽງ 3 ຂັ້ນຕອນ ດັ່ງລາຍລະອຽດລຸ່ມນີ້:

Sign Up Now!

ລົງທະບຽນໃຊ້ງານ VPS Server

ຊໍາລະຄ່າໃຊ້ຈ່າຍ

ພະນັກງານຈະຈັດສົ່ງໃບສະເໜີລາຄາ ຫຼື ແຈ້ງໜີ້ (Invoice) ໃຫ້ກັບລູກຄ້າ ເພື່ອຊໍາລະເງິນ ຫາກທ່ານຍັງບໍ່ທັນມີຊື່ ໂດເມນເນມ (Domain Name).

Setup ຕິດຕັ້ງໃຊ້ງານ

ພວກເຮົາຈະຈັດສົ່ງຂໍ້ມູນຜູ້ໃຊ້ ແລະ ລະຫັດຜ່ານ ສໍາລັບເຂົ້າໃຊ້ງານ VPS Server ໃຫ້ກັບທ່ານໂດຍໄວທີ່ສຸດ.

ຄໍາຖາມ ຄໍາຕອບ…ທີ່ພົບເຫັນກ່ຽວກັບວີພີເອັສເຊີບເວີ (VPS Server)

VPS server ເປັນເຊີບເວີ ເຊິ່ງມີສະພາບແວດລ້ອມຮຽນແບບຄ້າຍກັບ Dedicated server ແຕ່ມີການຕິດຕັ້ງໃນ Server ທີ່ໃຫ້ບໍລິການເວັບໄຊທ໌ ໂດຍ Server ເຄື່ອງດຽວ ສາມາດມີຫຼາຍໆ VPS Hosting ແລະ ແຕ່ລະ VPS Hosting ມີລະບົບປະຕິບັດການຂອງຕົວເອງ (OS) ທີ່ມີການຕິດຕັ້ງ ແລະ ໃຊ້ຊັບພະຍາກອນ ຕະລອດຮອດຊອບແວຣ໌ ແຍກກັນແຕ່ລະອັນ. VPS Server ຈິ່ງເປັນທາງເລືອກໜຶ່ງສໍາລັບທຸລະກິດ ທີ່ຕ້ອງການເວັບໄຊທ໌ທີ່ກໍານົດເອງ ແທນການໃຊ້ Dedicate server.

ການທີ່ເຮົາມີເວັບໄຊທ໌ເຊິ່ງມີການເຊື່ອມຕໍ່ ແລະ ເປັນທີ່ຮູ້ຈັກໃນເຄື່ອຂ່າຍອີນເຕີເນັດ ເວັບໄຊທ໌ຈະຕ້ອງຕັ້ງຢູ່ທີ່ເຄື່ອງຄອມພິວເຕີທີ່ຕັ້ງ ເຊີບເວີ(Server). ໂດຍ ເຊີບເວີ (Server) ມີການເຊື່ອມຕໍ່ອິນເຕີເນັດ (World Wide Web Server) ແລະ ເປັນການເຊື່ອມຕໍ່ກັບອີນເຕີເນັດຕະຫຼອດ 24 ຊົ່ວໂມງ ໂດຍບໍ່ມີວັນຢຸດ.

Virtual Web Hosting
ເປັນການນໍາເວັບເຊີບເວີ (Web Server) ທີ່ມີປະສິດທິພາບ ໃຊ້ງານເປັນເວັບເຊີບເວີ (Web Server) ຂອງຫຼາຍໆ ເວັບໄຊທ໌ (Website) ພ້ອມໆກັນ ໂດຍເໝືອນມີເວັບເຊີບເວີ (Web Server) ຂອງຕົວເອງ.

Virtual Domain
ໝາຍເຖິງ ໂດເມນເນມຂອງທ່ານເອງ ເຊັ່ນ: https://www.yourname.com ເຊິ່ງໃຊ້ໃນການອ້າງອີງ Server ແທນໝາຍເລກ IP address ເຊິ່ງຈົດຈໍາຍາກ ໂດຍຊື່ໂດນເມນເນມນີ້ໃຊ້ໃນການຮຽກເພື່ອເຂົ້າໃຊ້ງານເວັບໄຊທ໌ ແລະ ທີ່ຢູ່ໃນການຮັບ-ສົ່ງອີເມວ ເຊັ່ນ: yourname@yourname.com.

ຫາກທ່ານກໍາລັງໃຊ້ງານເວັບໂຮດສຕິ້ງ ແລະ ຕ້ອງການໆຄວບຄຸມຈັດການທີ່ຫຼາຍຂຶ້ນ ຫຼື ການຈັດການ Web Hosting ຢ່າງເຕັມທີ່ ພວກເຮົາຂໍແນະນໍາ VPS server ເປັນທາງເລືອກສໍາລັບພື້ນທີ່ໃຊ້ງານທີ່ຫຼາຍຂຶ້ນ ແລະ ສາມາດເຂົ້າໃຊ້ງານ Root ຂອງ Apache ແລະ PHP ລວມທັງທ່ານສາມາດຕິດຕັ້ງໃບຮັບຮອງ SSL ແລະ ການຕິດຕັ້ງຊອບແວຣ໌ໃດໆ ໄດ້ໂດຍອິດສະຫຼະ. VPS server ມີຄວາມແຕກຕ່າງຈາກເຊີບເວີທີ່ໃຊ້ຮ່ວມກັນ (Share Hosting) ຈະອາໄສປະສິດທິພາບການເຮັດວຽກຂອງແພທຟອຣ໌ (Platform) ທີ່ມີໃຫ້. ແຕ່ສໍາລັບ VPS server ທ່ານຈະໄດ້ຮັບການກໍານົດຄ່າ ໃນການເລືອກທີ່ດີທີ່ສຸດ ເໝາະສໍາລັບການໃຊ້ງານຂອງທ່ານ ຕາມຄວາມຕ້ອງການ ແລະ ຈໍານວນເວັບໄຊທ໌ທີ່ຫຼາຍຂຶ້ນ.

ເປັນລະບົບອັດຕະໂນມັດ ທີ່ຊ່ວຍໃຫ້ຜູ້ໃຊ້ໃນການຈັດການຂໍ້ມູນຕ່າງໆ ເຊັ່ນ: ຊື່ຜູ້ໃຊ້ ແລະ ລະຫັດ (User ແລະ Password), ບັນຊີລາຍຊື່ຜູ້ໃຊ້ອີເມວ(Email Account), FTP-file transfer ເປັນຕົ້ນ.

Laoswebhost.com ໃຊ້ຈັດການລະບົບ Web Hosting ຄື CPANEL ໂດຍມີຕົວຢ່າງການໃຊ້ງານດັ່ງນີ້:

  • Change Password: ສໍາລັບປ່ຽນລັດຫັດຜ່ານ ເຊິ່ງເປັນການປ່ຽນລະຫັດຜ່ານຂອງຄອນໂທຼເພເນລ ແລະ
  • Email support: ຫາກຕ້ອງການສອບຖາມບັນຫາການໃຊ້ງານກັບ Support team ຂອງ com.
  • File Manager: ຈັດການແຟັມຂໍ້ມູນ ເຊັ່ນ: ສ້າງ, ລົບ ຫຼື ຍ້າຍຟາຍ ເຊິ່ງທ່ານສາມາດ Upload file ຈາກເຄື່ອງຂອງທ່ານຂື້ນໄປເທິງເຊີບເວີ ແລະ ແກ້ໄຂ Html ໄດ້.
  • ​Help: ຫົວຂໍ້ ຫຼື ໜ້າຈໍອະທິບາຍກ່ຽວກັບຄອນໂທຼເພເນລ.
  • Resource meter: ປະລິມານການໃຊ້ງານ Disk space, email, transfer ໃນແຕ່ລະວັນ.
  • Mail manager: ຈັດການກ່ຽວກັບອີເມວ (Email) ເຊັ່ນ: add, update, remove ຫຼື ປ່ຽນລະຫັດຜ່ານຂອງອີເມວ.
  • Mailing List: ສໍາລັບຕິດຕັ້ງ mailing list ເຊິ່ງຫຼັງຈາກຕິດຕັ້ງແລ້ວ ຈະສາມາດໃຊ້ mailing list ໄດ້ໂດຍຜ່ານຫົວຂໍ້ mail manager.
  • Counter: ສະຖິຕິຂອງຜູ້ຢ້ຽມຊົມເວັບໄຊທ໌.
  • Mysql database: ຖານຂໍ້ມູນ Mysql ເຊິ່ງທ່ານສາມາດສ້າງ, ແກ້ໄຂ, ລົບ table ຫຼື file ຫຼື ຂໍ້ມູນໃນ table ໄດ້.
  • Submit site to search engine: ປະຊາສໍາພັນເວັບໄຊທ໌ ໂດຍລົງທະບຽນທີ່ Seach engine ຍອດນິຍົມ ເຊັ່ນ: Infoseek, Alta Vista, Lycos, Excite, Hot Bot, Yahoo…

Add Script: ສາມາດຕິດຕັ້ງໂປຼແກຼມ ຫຼື Script ຕ່າງໆໄດ້ດ້ວຍຕົນເອງ ເຊັ່ນ: forum, WordPress, Joomla, Postnuke, smf (simple machines forum), magento, oscommerce, Zencart, opencart ແລະ ອື່ນໆ.

ໝາຍເລກໄອພີ (IP Address) ຫຼື Internet Protocal IP Address ຄືລະຫັດຜ່ານຕົວເລກທີ່ກໍານົດຂຶ້ນ ເພື່ອໃຊ້ອ້າງອີງເຖີງທີ່ຢູ່ຂອງ Web Hosting ແລະ ເນັດເວີກ (Network) ໂດຍໝາຍເລກໄອພີເຫຼົ່ານີ້ຈະບໍ່ຊໍ້າກັນ (Unique numeric) ເຊິ່ງມີມາດຕະຖານໃນການກໍານົດ ແລະ ເປັນທີ່ຮູ້ຈັກທົ່ວໂລກ ເຊັ່ນ: 198.41.0.52 ເປັນໝາຍເລກ IP ສໍາລັບກຸ່ມເຄື່ອຂ່າຍໃນອາເມລິກາ.

VPS server ຊ່ວຍໃຫ້ທ່ານສາມາດຈັດການພື້ນທີ່ເວັບໄຊທໂຮດສຕິ້ງຂອງເວັບໄຊທ໌ໄດ້ຢ່າງມີປະສິດຕິພາບ ເຊັ່ນ: ເວັບໜ້າຮ້ານອີຄອມເມີຣ໌ ຫຼື ເວັບໄຊທ໌ທຸລະກິດ ແລະ ການຕິດຕັ້ງໃຊ້ຊອບແວຣ໌ໄດ້ຢ່າງງ່າຍດາຍ. ເຊິ່ງແຕກຕ່າງຈາກເວັບໄຊທ໌ໂຮດສຕິ້ງທີ່ໃຊ້ຮ່ວມກັນ (Share hosting)VPS server ຈະຊ່ວຍໃຫ້ການໃຊ້ງານຈາກຫຼາຍທີ່ ຖືກແຍກອອກຈາກລາຍອື່ນທີ່ຢູ່ໃນ Server ດຽວກັນ.

ໃນອາດີດຜູ້ໃຊ້ VPS server ຈໍາເປັນທີ່ຈະຕ້ອງມີທັກສະທາງດ້ານເທັກນິກ ແລະ ມີຄວາມສໍານານເປັນຢ່າງດີ ສໍາລັບການຈັດການ VPS ໃນການເບິ່ງແຍງລະບົບ, ການເຂົ້າເຖິງ, ການຖ່າຍໂອນຟາຍ ແລະ ການກໍານົດຄ່າຕ່າງໆ. ແຕ່ໃນປະຈຸບັນ ໄດ້ມີການພັດທະນາເຄື່ອງມື ໃນການຈັດການ VPS server ໃຫ້ງ່າຍຍິ່ງຂຶ້ນ ໂດຍຜ່ານຄອນໂທຼເພເນລ ຈິ່ງຊ່ວຍໃຫ້ໃນການຈັດການເຊີບເວີຂອງທ່ານສະດວກ ແລະ ງ່າຍດາຍ.

ຂະໜາດພື້ນທີ່ໃນການຈັດການຂໍ້ມູນ:
ໂດຍປະລິມານຂະໜາດພື້ນທີ່ຈັດເກັບເວັບໄຊທ໌ ແລະ ອີເມວ ຫຼື ພື້ນທີ່ຟາຍຕ່າງໆ ຂອງເວັບໂຮດສຕິ້ງ ຈະຕ້ອງພໍພຽງກັບຂໍ້ມູນຂອງເວັບໄຊທ໌ ແລະ ອີເມວ.

ຄວາມໄວໃນການຮັບສົ່ງຂໍ້ມູນ:
Web hosting ທີ່ດີຕ້ອງມີຄວາມສາມາດໃນການສົ່ງຂໍ້ມູນໄດ້ວ່ອງໄວ ໂດຍລັກສະນະການເຊື່ອມຕໍ່ Web hosting ເຂົ້າກັບອິນເຕີເນັດ ຕ້ອງໃຊ້ເທັກໂນໂລຍີ່ທີ່ມີຄວາມວ່ອງໄວສູງ ເຊິ່ງຄວນມີຄວາມໄວຮອງຮັບການໃຊ້ງານກັບທັງພາຍໃນ ແລະ ຕ່າງປະເທດ.

ປະລິມານຂໍ້ມູນທີ່ຮັບສົ່ງໄດ້ (Bandwidth):
ປະລິມານຂໍ້ມູນທີ່ມີການຮັບສົ່ງກັບ Web Hosting ມີຫຼາຍນ້ອຍພຽງໃດ ພຽງພໍກັບການໃຊ້ງານ ຫຼື ບໍ່.

ຈໍານວນລາຍຊື່ອີເມວ (Email Account) ທີ່ສາມາດໃຊ້ງານໄດ້:
ເພື່ອໃຫ້ເຈົ້າຂອງເວັບໄຊທ໌ສາມາດກໍານົດອີເມວ ໃນການຕິດຕໍ່ປະສານງານຕ່າງໆແຍກຈາກກັນ ຕາມໜ້າທີ່ການເຮັດວຽກ ເຊັ່ນ: ຕິດຕໍ່ຊອບຖາມຂໍ້ມູນທົ່ວໄປ ໃຊ້ອີເມວ info@laoswebhost.com, ຕິດຕໍ່ກັບຝ່າຍຂາຍໃຊ້ອີເມວ sales@laoswebhost.com ເປັນຕົ້ນ.

Web Hosting ທີ່ມີຄວາມປອດໄພໃນການໃຊ້ງານ:
ໃນການເລືອກຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ຄວນເລືອກຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ທີ່ມີລະບົບປ້ອງກັນໄວຣັດຈາກອີເມວ (Anti-Virus for email) ແລະ ມີລະບົບກັ່ນຕອງອີເມວຂີ້ເຫຍື້ອ ຫຼື ສະແປມເມວ (Web Hosting with Spam mail filter) ເພື່ອຄວາມປອດໄພ ແລະ ປະສິດທິພາບ ການໃຊ້ງານຂໍ້ມູນສູງສຸດຂອງທ່ານ.

ຮອງຮັບການໃຊ້ງານແອບພຣີເຄຊັນ (Applications )ຕ່າງໆ:
ເຊັ່ນ: CGI, Pearl ການສະໜັບສະໜູນການໃຊ້ງານຖານຂໍ້ມູນຕ່າງໆ ເຊັ່ນ, SQL Server, ASP ຫຼື ພາສາ PHP, ລະບົບຮັກສາຄວາມປອດໄພຂອງຂໍ້ມູນແບບ SSL (Secure Socket Layer) ໃນກໍລະນີເວັບໄຊທ໌ອີຄອມເມີດສ (Website Ecommerce).

Laoswebhost.com Web Hosting ຕິດຕັ້ງ Opensource ໄດ້ຫຼາກຫຼາຍ ແລະ ບໍລິການຕິດຕັ້ງຟຣີສໍາລັບ Opensource script ໃຫ້ກັບຜູ້ໃຊ້ບໍລິການເວັບໂຮດສຕິງ ໂດຍສາມາດໃຊ້ງານກັບ scrip ຫຼາກຫຼາຍ ເຊັ່ນ: php, CGI, Perl ແລະ ການໃຊ້ງານ forum, WordPress, Joomla, Postnuke, smf (simple machines forum), magento, oscommerce, Zencart, opencart ແລະ ອື່ນໆ.

ລະບົບສໍາຮອງຂໍ້ມູນ ຫຼື Data Backup:
ຂໍ້ຄວນພິຈາລະນາໃນການເລືອກຜູ້ໃຫ້ບໍລິການເວັບໂຮດສຕິງ (Web Hosting) ຄວນເລືອກຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ທີ່ມີລະບົບສໍາຮອງຂໍ້ມູນລາຍວັນ ແລະ ລາຍສັບປະດາ (Daily Backup, Weekly Backup), UPS and Diesel Powered Backup ຕະຫຼອດຈົນການເບິ່ງແຍງລະບົບເຄື່ອຂ່າຍ (24/7 Network Monitoring).

ລາຄາ ຫຼື ຄ່າບໍລິການ ອັດຕາຄ່າບໍລິການທີ່ ເວັບໂຮດສຕິງ (Web Hosting) ຮຽກເກັບ ເປັນລາຍເດືອນ ຫຼື ລາຍປີ ຈະຂຶ້ນຢູ່ກັບຄວາມສາມາດຄວາມຕ້ອງການ:
ຮຽກເກັບເປັນລາຍເດືອນ ຈະຂຶ້ນຢູ່ກັບຄວາມສາມາດຂອງຜູ້ຕ້ອງການ ໂດຍທົ່ວໄປຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ຈະມີການບໍລິການໃຫ້ເລືອກຫຼາກຫຼາຍຮູບແບບ ແຕກຕ່າງກັນໄປ ບາງຜູ້ໃຫ້ບໍລິການຈະຮຽກເກັບເງິນຄ່າຕິດຕັ້ງ (Setup fee) ຫຼື ຄ່າອື່ນໆເມື່ອເລີ່ມໃຊ້ບໍລິການ.

ການບໍລິການລູກຄ້າ (Customer Service):
ວຽກບໍລິການລູກຄ້າ ສໍາລັບເວັບໂຮດສຕິງ (Web Hosting) ຈັດວ່າເປັນສ່ວນທີ່ຍາກທີ່ສຸດ ທີ່ຈະປະເມີນອອກມາໄດ້. ໂດຍທ່ານສາມາດໂທ ຫຼື ແຊັດຕິດຕໍ່ສອບຖາມໄປທີ່ບໍລິສັດ. ໂດຍທົ່ວໄປໃຫ້ເບິ່ງຄວາມໜ້າເຊື່ອຖື ແລະ ປະສົບການໃນ ການໃຫ້ບໍລິການເວັບໂຮດສຕິງ (Web Hosting).

ບໍລິການຂອງ laoswebhost.com ສອບຖາມ ແລະ ຕິດຕໍ່ໄດ້ທີ່:  Tel/WhatsApp: +856-20-9944 0084.

ທ່ານສາມາດອັບເກຼດ VPS server ຂອງທ່ານໃນເວລາໃດກໍ່ໄດ້ຕະຫຼອດເວລາ ໂດຍຕິດຕໍ່ທີມງານຂອງ Laoswebhost.com ໂດຍລະບົບທັງໝົດຂອງທ່ານ ເຊັ່ນ: ລະບົບປະຕິບັດການ (OS, ຊອບແວຣ໌, ການຕັ້ງຄ່າຕ່າງໆ) ຈະຖືກບັນທຶກໄວ້ ໂດຍທ່ານບໍ່ຈໍາເປັນຕ້ອງທໍາການປ່ຽນແປງໃດໆ ກັບHosting ເດີມ ແລະ ການຍ້າຍມາໃຊ້ Server ຈະເກີດຂຶ້ນໂດຍໃຊ້ເວລາບໍ່ນານ.

ຂັ້ນຕອນການຍ້າຍມາໃຊ້ງານ VPS server ນັ້ນບໍ່ຍຸ້ງຍາກຫຼາຍ ດັ່ງນີ້:

ຂັ້ນຕອນທີ່ 1: ພຽງຕິດຕໍ່ພວກເຮົາ ໂດຍການໂທ ຫຼື ແຊັດ +856-20-9944 0084 ຫຼື ສົ່ງອີເມວ info@laoswebhost.com ເພື່ອແຈ້ງການເປີດໃຊ້ບໍລິການ.

ຂັ້ນຕອນທີ່ 2: ສ້າງ user hosting account ໃຫ້ກັບທ່ານ ໂດຍເຮົາຈະ Set up ທະບຽນຊື່ລູກຄ້າ ຫຼື Account, user, password ແລະ IP address ໃຫ້ກັບທ່ານ.

ຂັ້ນຕອນທີ່ 3: ຍ້າຍຂໍ້ມູນຂອງເວັບໄຊທ໌ ເຊັ່ນ: ຮູບພາບ, ຟາຍຕ່າງໆ ເປັນຕົ້ນແມ່ນ html ມາທີ່ໂຮດສ (Host) ໃໝ່ ແລະ ທົດສອບການໃຊ້ງານຜ່ານ IP Address ຂອງທ່ານ ເພື່ອເບິ່ງວ່າເວັບເພຈຂອງເຮົາສະແດງຜົນໄດ້ຢ່າງຖືກຕ້ອງ.

**ຫາກທ່ານໃຊ້ບໍລິການເວັບໂຮດສຕິ້ງ ທີ່ມີລະບົບຈັດການດ້ວຍ cPanel ຢູ່ແລ້ວ Laoswebhost.com ຮັບຍ້າຍຂໍ້ມູນຈາກເວັບໂຮສດຕິ້ງເດີມທັ້ງລູກຄ້າ laowebhost.com ແລະ ລູກຄ້າຜູ້ໃຊ້ບໍລິການກັບ Web hosting ຄົນອື່ນໆ.

ທ່ານສາມາດເລືອກການຍ້າຍເຂົ້າ VPS hosting ໄດ້ໂດຍຕິດຕໍ່ພວກເຮົາໄດ້ທີ່ນີ້ ເຊິ່ງທ່ານຈະໄດ້ຮັບ DNS (Domain name server) ໃໝ່ (ແລະ ໄດ້ຮັບ IP ສ່ວນຕົວ). ຫຼັງຈາກທີ່ໄດ້ທໍາການຍ້າຍຂໍ້ມູນຂອງທ່ານມາໃຊ້ງານເທິງ VPS server ໃໝ່ຮຽບຮ້ອຍແລ້ວ ຈຶ່ງກໍານົດຄ່າ DNS ໃຫ້ກັບໂດເມນເນມຂອງທ່ານ.

ຂັ້ນຕອນທີ່ 4: ກໍລະນີທີ່ມີການຍ້າຍໂດເມນເນມ ຈະມີການສົ່ງອີເມວແຈ້ງຍ້າຍໂດເມນເນມ (Domain name transfer) ແຈ້ງໄປທີ່ຜູ້ທີ່ຈົດທະບຽນຊື່ໂດເມນເນມໃຫ້ກັບທ່ານ ໃຫ້ແກ້ໄຂຂໍ້ມູນການຈົດທະບຽນໃຫ້ກັບທ່ານ ມາໃຊ້ບໍລິການກັບ laoswebhost.com Nameservers ທີ່ລາວເວັບໂຮດສແຈ້ງໃຫ້ກັບທ່ານ.

ຂັ້ນຕອນທີ່ 5: ເມື່ອມີການແກ້ໄຂຂໍ້ມູນການຈົດທະບຽນໂດເມນເນມ ຈະມີອີເມວມາເຖິງທ່ານ ເພື່ອໃຫ້ທ່ານກວດກາຄວາມຖຶກຕ້ອງ (Verify the transfer) ຫຼັງຈາກນັ້ນ ຜູ້ຈົດທະບຽນຈະດໍາເນີນການຊີ້ໂດເມນເນມ ຫຼື Point ຫຼື ຊີ້ Domain Name ຂອງທ່ານມາທີ່ເຊີບເວີຂອງເຮົາ ຈາກນັ້ນທ່ານກໍຈະສາມາດເຂົ້າໃຊ້ງານເວັບໄຊທ໌ໄດ້ຕາມປົກກະຕິ.

ກໍລະນີທີ່ບໍ່ໄດ້ມີການຍ້າຍໂດເມນເນມ ມາຢູ່ກັບ Laoswebhost.com ຈະມີການສົ່ງອີເມວແຈ້ງ DNS (Domain Name Server) ແລະ ໝາຍເລກ IP ເຖິງທ່ານ ເພື່ອແຈ້ງໃຫ້ທ່ານ ແກ້ໄຂຂໍ້ມູນການຈົດທະບຽນໃຫ້ກັບທ່ານ ໃຫ້ຊີ້ Name Server ມາໃຊ້ກັບ laoswebhost.com Nameservers ທີ່ລາວເວັບໂຮດສແຈ້ງໃຫ້ກັບທ່ານ.

ເຊີບເວີ (Server) ຂອງ laoswebhost.com Web Hosting ໃຊ້ລະບົບປະຕິບັດການ Linux ແລະ CentOS.

ຄ່າໃຊ້ຈ່າຍໃນການໃຊ້ບໍລິການ VPS server ນັ້ນ ມີຄວາມແຕກຕ່າງຂຶ້ນຢູ່ກັບ VPS plan ທີ່ທ່ານໃຊ້ບໍລິການ > ຄຼິກບ່ອນນີ້ເພື່ອເບິ່ງລາຍລະອຽດ.

ເຊີບເວີ (Server) ຂອງ laoswebhost.com Web Hosting ໃຊ້ຖານຂໍ້ມູນ Mysql database ແລະ ໃຊ້ງານກັບພາສາ PHP.

laoswebhost.com Web Hosting ມີບໍລິການທັງ 2 ແບບ ຄື: File Transfer (FTP) ໃຫ້ ແລະ FTP ແບບ Anonymous.

FileZilla ເປັນໂປຼແກຼມທີ່ໃຊ້ຕິດຕໍ່ກັບ FTP Server ເພື່ອດາວໂຫຼດ ຫຼື ອັບໂຫຼດ File: 
ໂດຍສະເພາະກັບເວັບໄຊທ໌ ເຮັດໃຫ້ເໝາະສົມສໍາລັບນັກອອກແບບເວັບໄຊທ໌ ນອກຈາກນີ້ FileZilla ຍັງຮອງຮັບການຖ່າຍ File ຢ່າງປອດໄພຜ່ານ SSH (SFTP) ອີກດ້ວຍ. FileZilla ຮອງຮັບການກັບມາຖ່າຍ File ຕໍ່ໃນກໍລະນີທີ່ອັບໂຫຼດ ຫຼື ດາວໂຫຼດລົ້ມເຫຼວ ແລະ ເຮັດວຽກໄດ້ດີຜ່ານຟາຍວອລ ແລະ ພຣອກຊີ. ຄຼິກເພື່ອ Download FileZilla

ໂປຼແກຼມ FTP WinSCP:
ເປັນໄຄລເອນຕ໌ SFTP ຟຣີແບບໂອເພນຊອສ, ໄຄລເອນຕ໌ FTP, ໄຄລເອນຕ໌ WebDAV, ໄຄລເອນຕ໌ S3, ແລະ ໄຄລເອນຕ໌ SCP ສໍາລັບ Windows ຟັງຊັນຫຼັກຂອງ WinSCP ຄືການຖ່າຍໂອນຟາຍລະຫວ່າງເຄື່ອງຄອມພິວເຕີ ກັບຄອມພີວເຕີລະຍະໄກD ນອກເໜືອຈາກນີ້ WinSCPຍັງມີສະຄຼິບ ແລະ ຟັງຊັນການຈັດການຟາຍພື້ນຖານ. ຄຼິກເພື່ອ Download WinSCP

ໃຫ້ທ່ານລອງກວດກາເບິ່ງວ່າ ໄດ້ Upload ຟາຍໄປຍັງໂຟດເດີ (Folder) ຫຼື directory ທີ່ຖືກຕ້ອງ ໂດຍຟາຍທີ່ Upload ຈະຕ້ອງຢູ່ພາຍໃຕ້ໂຟດເດີ(Folder) public_html ແລະ ຊື່ຟາຍທໍາອິດໃນການຮຽກໃຊ້ຈະຕ້ອງເປັນ index.php ຫຼື index.html ຫຼື index.htm ຫຼື index.shtml ແນວໃດແນວໜຶ່ງ ເປັນຕົ້ນ.

ທ່ານສາມາດຮຽກເບິ່ງຄູ່ມືສໍາລັບການໃຊ້ງານຂອງ Control Panel ເບິ່ງຕາມລິ້ງຕໍ່ໄປນີ້: https://documentation.cpanel.net

ໄດ້ໂດຍໄປທີ່ URL: https://www.yourmainname.com/webmail (ແລ້ວປ່ຽນ yourdomain.com ໃຫ້ເປັນຊື່ໂດເມນເນມຂອງທ່ານ).

ຈາກປັນຫາ mail ຖືກ mark ຄໍາວ່າ spam ທີ່ subject ນັ້ນ ເນື່ອງຈາກເມື່ອມີອີເມວເຂົ້າມາ ແລະ ອາດເຂົ້າຂ່າຍອີເມວຂຶ້ນເຫຍື້ອ ລະບົບ mail server ໄດ້ກວດກາ ແລະ ທໍາການ Mark subject ຂອງ mail ທີ່ມີລັກສະນະເປັນ Spam mail ດ້ວຍຂໍ້ຄວາມ {spam?}, {Disarmed} ຫຼື {Definitely Spam?}.

ໂດຍອີເມວທີ່ຖືກ Mark subject ສາມາດສັ່ງໃຫ້ໄປຢູ່ໃນໂຟດເດີ Junk ໄດ້ ໂດຍກໍານົດ filter ຕາມຂັ້ນຕອນຂ້າງລຸ່ມນີ້:

  • Login ເຂົ້າໃຊ້ງານ Cpanel
  • ໄປທີ່ ໄອຄອນ Email Filter
  • ຄຼິກ “Create a new filter”
  • ກໍານົດຊື່ໃນຊ່ອງ Filter Name ເຊັ່ນ: Spam
  • ໃນສ່ວນ Rule ຊ່ອງທໍາອິດໃຫ້ເລືອກວ່າ ຈະເລືອກທີ່ຈະບຼອກຂໍ້ຄວາມຈາກຫຍັງ ເຊັ່ນ: Subject
  • ຊ່ອງທີ່ສອງໃຫ້ເລືອກ “Contains”
  • ຊ່ອງທີ່ສາມໃຫ້ໃສ່ຊື່ທີ່ຕ້ອງການຈະບຼອກ ເຊັ່ນ: {Spam?}
  • ໃນສ່ວນການເປີດໃຊ້ງານ ຫຼື “Activate” ກໍສາມາດເລືອກ Activate ເຊັ່ນ: ເລືອກ Deliver to Folder
  • ຄຼິກ “Browse”
  • ເລືອກໂຟດເດີ “Junk”
  • ຄຼິກທີ່ປຸ່ມ “Create”

ໂດຍເຂົ້າໄປກວດສອບ ແລະ ລົບອີເມວໃນໂຟດເດີ Junk ສ່ວນນີ້ອອກເປັນປະຈໍາ ເພື່ອປ້ອງກັນບໍ່ໃຫ້ພື້ນທີ່ການໃຊ້ງານເຕັມໄວ ຫຼື ຫາກບໍ່ຕ້ອງການຮັບອີເມວທີ່ຖືກ Mark spam ທ່ານສາມາດກໍານົດໃຫ້ Filter ໃນສ່ວນ Activate ໃຫ້ລົບອອກໄດ້.

ໂປຼແກຼມແອນຕີ້ໄວຣັດ ທ່ານສາມາດຕິດຕັ້ງ Avast antivirus ໂດຍດາວໂຫຼດໂປຼແກຼມ antivirus ຕາມລິ້ງຕໍ່ໄປນີ້: https://www.avast.com/free-antivirus-download