ເວັບໂຮສດຕິ້ງ   ::   Web Hosting

HOME   >   Laos Web Hosting

ລາຍການເວັບໂຮດສຕິ້ງຂອງພວກເຮົາ (Our Web Hosting Plans)

Laoswebhost.com ບໍລິການເວັບໂຮດສຕິງ (Web Hosting) ທີ່ມີສະຖຽນລະພາບໃນລະດັບສູງ ສໍາລັບອົງກອນຂອງທ່ານ ແລະ ຮອງຮັບການໃຊ້ງານ ທັງຈາກພາຍປະເທດ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວ ຕະຫຼອດຮອດລະບົບຄວາມປອດໄພ ດ້ວຍລະບົບສໍາຮອງຂໍ້ມູນລາຍວັນ ພ້ອມລະບົບປ້ອງກັນໄວຣັດຈາກອີເມວ.

  • L-Basic
  • 5$/Mo
  • Single Domain
  • 1 GB Disk Space
  • 10 GB Data Transfer
  • Unlimited Email Accounts
  • Free SSL Certificate
  • L-Personal
  • 7$/Mo
  • Single Domain
  • 10 GB Disk Space
  • 50 GB Data Transfer
  • Unlimited Email Accounts
  • Free SSL Certificate
  • L-Business
  • 9$/Mo
  • Single Domain
  • 20 GB Disk Space
  • 100 GB Data Transfer
  • Unlimited Email Accounts
  • Free SSL Certificate
  • L-Professional
  • 12$/Mo
  • Single Domain
  • Unlimited Disk Space
  • Unlimited Bandwidth
  • Unlimited Email Accounts
  • Free SSL Certificate

ແນະນໍາ Linux Web Hosting

ຕິດຕັ້ງ Opensource ໄດ້ຫຼາກຫຼາຍ

ສາມາດໃຊ້ງານກັບ Script ເຊັ່ນ: php, html, css, java, ແລະ MySQL Database

ແລະ ການໃຊ້ງານ forum, WordPress, Joomla, Postnuke, smf (simple machines forum), magemto (ຕິດຕັ້ງໃຊ້ກັບ VPS server ຂຶ້ນໄປ), oscommerce, Zencart, opencart ແລະ ອື່ນໆຫຼາກຫຼາຍໂປແກຼມ.

HOME > VPS Server

ເຊີເວີສ່ວນຕົວທີ່ທ່ານຕ້ອງການ

VPS Server

ໃຊ້ລະບົບ Root ໃນການເຂົ້າໃຊ້ງານ + Name Server ສ່ວນຕົວ

2 Cores, 2 GB RAM, 20 GB  SSD Disk Space, 1 TB Bandwidth

ບໍ່ຈໍາກັດໂດເມນເນມ Addon & ບໍ່ຈໍາກັດ Email

ຟຣີ! ຈົດໂດເມນ/ຕໍ່ອາຍຸໂດເມນເນມ ສໍາລັບຜູ້ໃຊ້ 1 ປີຂຶ້ນໄປ.

FTP ແລະ ຟີດເຈີ (FEATURES) ຕ່າງໆ

ຂອງ Web Hosting

PHP, MySQL *Html, css, java

Unlimited FTP update, Anonymous FTP, FTP Session controls

URL Redirection

Ecommerce*

Oscommerce Shopping cart, Zencart, OpenCart ແລະ ອື່ນໆ ຫຼາກຫຼາຍ

CMS*

WordPress, Joomla, Drupal, Postnuke…

Forum/Webboard*

Simple machines forum, PHPBB, myBB

Advance Feature:

JAVA, Anonymous FTP, PHP, 5.6/PHP 7, MySQL database *, phpMyAdmin *

Password Protection Directory, Site counter

NETWORK ARCHITECTURE

 ແລະ ການສໍາຮອງຂໍ້ມູນ

ມີການສໍາຮອງຂໍ້ມູນລາຍວັນ ແລະ ລາຍອາທິດ (Daily & Weekly Backup)

CPS and Diesel Powered Backup

24/7 Network monitoring

ຄອນໂທຼເພເນລ (Control Panel)

cPanel ເປັນລະບົບຈັດການ Web hosting ທີ່ດີທີ່ສຸດ, ຊ່ວຍຈັດການຟາຍ, ອີເມວ ແລະ ອື່ນໆ ອີກຫຼາກຫຼາຍ.

ສະຖິຕິຂອງເວັບໄຊທ໌: WebAlizer, Referer and error logs

ບໍ່ຈໍາກັດ Email forwarding ບໍ່ຈໍາກັດ Email forwarding, Aliases, Auto-replies

ທີມງານບໍລິການລູກຄ້າ / Customer Support

ພວກເຮົາໃຫ້ບໍລິການລູກຄ້າ ໂດຍການເຂົ້າມາຫ້ອງການພວກເຮົາ, ໂທ, ວັອດແອັບ, ອີເມວ ແລະ ອື່ນໆ.

Tel/WhatsApp: +856-20-8844 0084
info@laoswebhost.com

ຄໍາຖາມ ຄໍາຕອບ…ທີ່ພົບເຫັນກ່ຽວກັບເວັບໂຮດສຕິງ (Web Hosting)

ເວັບໂຮດສຕິງ (Web Hosting) ຄືພື້ນທີ່ສໍາລັບຈັດເກັບຂໍ້ມູນເຊັ່ນ: HTML, ຮູບພາບ ຫຼື ໂປແກຼມຕ່າງໆ ໄວ້ຢູ່ເວັບເຊີເວີ (Web Server) ເຊິ່ງມີການເຊື່ອມຕໍ່ກັບອິນເຕີເນັດຕະຫຼອດເວລາ (24 ຊົ່ວໂມງ/7 ວັນ).

ເວັບໂຮດສຕິງ (Web Hosting) ເຮັດໜ້າທີ່ໃນການເຜີຍແຜ່ເວັບໄຊທ໌ຂອງເຮົາອອກສູ່ອິນເຕີເນັດ ໃຫ້ຜູ້ອື່ນສາມາດເຂົ້າຊົມ ຫຼື ໃຊ້ບໍລິການໄດ້. ໂດຍເວັບໂຮດສຕິງ (Web Hosting) ຈະເຊື່ອມຕໍ່ກັບອິນເຕີເນັດຕະຫຼອດເວລາ ເພື່ອໃຫ້ບໍລິການ ເມື່ອມີການຮຽກຂໍ້ມູນຂອງເວັບໄຊທ໌ທີ່ຈັດເກັບຢູ່. ນອກຈາກນີ້, ຍັງໃຫ້ບໍລິການ ການໃຊ້ງານອີເມວ (Email) ຫຼື ການຕິດຕັ້ງຊອບແວຣ໌ (Software) ຫຼື ສະຄຼີບ (Script) ຕ່າງໆ ເປັນຕົ້ນ.

ການທີ່ເຮົາມີເວັບໄຊທ໌ເຊິ່ງມີການເຊື່ອມຕໍ່ ແລະ ເປັນທີ່ຮູ້ຈັກໃນເຄື່ອຂ່າຍອີນເຕີເນັດ ເວັບໄຊທ໌ຈະຕ້ອງຕັ້ງຢູ່ທີ່ເຄື່ອງຄອມພິວເຕີທີ່ຕັ້ງ ເຊີບເວີ(Server). ໂດຍ ເຊີບເວີ (Server) ມີການເຊື່ອມຕໍ່ອິນເຕີເນັດ (World Wide Web Server) ແລະ ເປັນການເຊື່ອມຕໍ່ກັບອີນເຕີເນັດຕະຫຼອດ 24 ຊົ່ວໂມງ ໂດຍບໍ່ມີວັນຢຸດ.

Virtual Web Hosting
ເປັນການນໍາເວັບເຊີບເວີ (Web Server) ທີ່ມີປະສິດທິພາບ ໃຊ້ງານເປັນເວັບເຊີບເວີ (Web Server) ຂອງຫຼາຍໆ ເວັບໄຊທ໌ (Website) ພ້ອມໆກັນ ໂດຍເໝືອນມີເວັບເຊີບເວີ (Web Server) ຂອງຕົວເອງ.

Virtual Domain
ໝາຍເຖິງ ໂດເມນເນມຂອງທ່ານເອງ ເຊັ່ນ: https://www.yourname.com ເຊິ່ງໃຊ້ໃນການອ້າງອີງ Server ແທນໝາຍເລກ IP address ເຊິ່ງຈົດຈໍາຍາກ ໂດຍຊື່ໂດນເມນເນມນີ້ໃຊ້ໃນການຮຽກເພື່ອເຂົ້າໃຊ້ງານເວັບໄຊທ໌ ແລະ ທີ່ຢູ່ໃນການຮັບ-ສົ່ງອີເມວ ເຊັ່ນ: yourname@yourname.com.

ຄວນພິຈາລະນາດັ່ງນີ້:

ຂະໜາດພື້ນທີ່ໃນການຈັດເກັດຂໍ້ມູນ:
ໂດຍປະລິມານຂະໜາດພື້ນທີ່ຈັດເກັບຂໍ້ມູນເວັບໄຊທ໌ ແລະ ອີເມວ ຫຼື ພື້ນທີ່ຟາຍ (File) ຕ່າງໆ ຂອງເວັບໂຮດສຕິງ ຈະຕ້ອງພໍພຽງກັບຂໍ້ມູນຂອງເວັບໄຊທ໌ ແລະ ອີເມວ.

ຄວາມໄວໃນການຮັບ-ສົ່ງຂໍ້ມູນ:
ເວັບໂຮດສຕິງ (Web Hosting) ທີ່ດີຕ້ອງມີຄວາມສາມາດໃນການສົ່ງຂໍ້ມູນໄດ້ຢ່າງວ່ອງໄວ. ໂດຍລັກສະນະການເຊື່ອມຕໍ່ເວັບໂຮດສຕິງ (Web Hosting) ເຂົ້າກັບອິນເຕີເນັດ ຕ້ອງໃຊ້ເທັກໂນໂລຍີທີ່ມີຄວາມໄວສູງ ເຊິ່ງຄວນມີຄວາມໄວຮອງຮັບກັບການໃຊ້ງານ ທັງໃນປະເທດ ແລະ ຕ່າງປະເທດ.

ປະລິມານຂໍ້ມູນທີ່ຮັບສົ່ງໄດ້ (Bandwidth):
ປະລິມານຂໍ້ມູນທີ່ມີການຮັບສົ່ງກັບ ເວັບໂຮດສຕິງ (Web Hosting)  ມີຫຼາຍໜ້ອຍພຽງໃດ ພຽງພໍກັບການໃຊ້ງານ ຫຼື ບໍ່.

ຈໍານວນລາຍຊື່ອີເມວ (Email Account) ທີ່ສາມາດໃຊ້ງານໄດ້:
ເພື່ອໃຫ້ເຈົ້າຂອງເວັບໄຊທ໌ສາມາດກໍານົດອີເມວ ໃນການຕິດຕໍ່ປະສານງານຕ່າງໆແຍກຈາກກັນ ຕາມໜ້າທີ່ການເຮັດວຽກ ເຊັ່ນ: ຕິດຕໍ່ຊອບຖາມຂໍ້ມູນທົ່ວໄປ ໃຊ້ອີເມວ info@laoswebhost.com, ຕິດຕໍ່ກັບຝ່າຍຂາຍໃຊ້ອີເມວ sales@laoswebhost.com ເປັນຕົ້ນ.

Web Hosting ທີ່ມີຄວາມປອດໄພໃນການໃຊ້ງານ:
ໃນການເລືອກຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ຄວນເລືອກຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ທີ່ມີລະບົບປ້ອງກັນໄວຣັດຈາກອີເມວ (Anti-Virus for email) ແລະ ມີລະບົບກັ່ນຕອງອີເມວຂີ້ເຫຍື້ອ ຫຼື ສະແປມເມວ (Web Hosting with Spam mail filter) ເພື່ອຄວາມປອດໄພ ແລະ ປະສິດທິພາບ ການໃຊ້ງານຂໍ້ມູນສູງສຸດຂອງທ່ານ.

ຮອງຮັບການໃຊ້ງານແອບພຣີເຄຊັນ (Applications )ຕ່າງໆ:
ເຊັ່ນ: CGI, Pearl ການສະໜັບສະໜູນການໃຊ້ງານຖານຂໍ້ມູນຕ່າງໆ ເຊັ່ນ, SQL Server, ASP ຫຼື ພາສາ PHP, ລະບົບຮັກສາຄວາມປອດໄພຂອງຂໍ້ມູນແບບ SSL (Secure Socket Layer) ໃນກໍລະນີເວັບໄຊທ໌ອີຄອມເມີດສ (Website Ecommerce).

Laoswebhost.com Web Hosting ຕິດຕັ້ງ Opensource ໄດ້ຫຼາກຫຼາຍ ແລະ ບໍລິການຕິດຕັ້ງຟຣີສໍາລັບ Opensource script ໃຫ້ກັບຜູ້ໃຊ້ບໍລິການເວັບໂຮດສຕິງ ໂດຍສາມາດໃຊ້ງານກັບ scrip ຫຼາກຫຼາຍ ເຊັ່ນ: php, CGI, Perl ແລະ ການໃຊ້ງານ forum, WordPress, Joomla, Postnuke, smf (simple machines forum), magento, oscommerce, Zencart, opencart ແລະ ອື່ນໆ.

ລະບົບສໍາຮອງຂໍ້ມູນ ຫຼື Data Backup:
ຂໍ້ຄວນພິຈາລະນາໃນການເລືອກຜູ້ໃຫ້ບໍລິການເວັບໂຮດສຕິງ (Web Hosting) ຄວນເລືອກຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ທີ່ມີລະບົບສໍາຮອງຂໍ້ມູນລາຍວັນ ແລະ ລາຍສັບປະດາ (Daily Backup, Weekly Backup), UPS and Diesel Powered Backup ຕະຫຼອດຈົນການເບິ່ງແຍງລະບົບເຄື່ອຂ່າຍ (24/7 Network Monitoring).

ລາຄາ ຫຼື ຄ່າບໍລິການ ອັດຕາຄ່າບໍລິການທີ່ ເວັບໂຮດສຕິງ (Web Hosting) ຮຽກເກັບ ເປັນລາຍເດືອນ ຫຼື ລາຍປີ ຈະຂຶ້ນຢູ່ກັບຄວາມສາມາດຄວາມຕ້ອງການ:
ໂດຍທົ່ວໄປຜູ້ໃຫ້ບໍລິການ ເວັບໂຮດສຕິງ (Web Hosting) ຈະມີການບໍລິການໃຫ້ເລືອກຫຼາກຫຼາຍຮູບແບບ ແຕກຕ່າງກັນໄປ ບາງຜູ້ໃຫ້ບໍລິການຈະຮຽກເກັບເງິນຄ່າຕິດຕັ້ງ (Setup fee) ຫຼື ຄ່າອື່ນໆເມື່ອເລີ່ມໃຊ້ບໍລິການ.

ການບໍລິການລູກຄ້າ (Customer Service):
ວຽກບໍລິການລູກຄ້າ ສໍາລັບເວັບໂຮດສຕິງ (Web Hosting) ຈັດວ່າເປັນສ່ວນທີ່ຍາກທີ່ສຸດ ທີ່ຈະປະເມີນອອກມາໄດ້. ໂດຍທ່ານສາມາດໂທ ຫຼື ແຊັດຕິດຕໍ່ສອບຖາມໄປທີ່ບໍລິສັດ. ໂດຍທົ່ວໄປໃຫ້ເບິ່ງຄວາມໜ້າເຊື່ອຖື ແລະ ປະສົບການໃນ ການໃຫ້ບໍລິການເວັບໂຮດສຕິງ (Web Hosting).

ບໍລິການຂອງ laoswebhost.com ສອບຖາມ ແລະ ຕິດຕໍ່ໄດ້ທີ່:  Tel/WhatsApp: +856-20-9944 0084.

ຄອນໂທຼເພເນລ (Control Panel) ຫຼື Cpanel Web Hosting ເປັນລະບົບອັດຕະໂນມັດ ທີ່ຊ່ວຍໃຫ້ຜູ້ໃຊ້ໃນການຈັດການຂໍ້ມູນຕ່າງໆ ເຊັ່ນ: ຊື່ຜູ້ໃຊ້ ແລະ ລະຫັດ (User Password),  ບັນຊີລາຍຊື່ຜູ້ໃຊ້ອີເມວ (Email Account), FTP-file transfer ເປັນຕົ້ນ.

Laoswebhost.com ໃຊ້ຈັດການລະບົບ Web Hosting ຄື CPANEL ໂດຍມີຕົວຢ່າງການໃຊ້ງານດັ່ງນີ້:

  • Change Password: ສໍາລັບປ່ຽນລັດຫັດຜ່ານ ເຊິ່ງເປັນການປ່ຽນລະຫັດຜ່ານຂອງຄອນໂທຼເພເນລ ແລະ
  • Email support: ຫາກຕ້ອງການສອບຖາມບັນຫາການໃຊ້ງານກັບ Support team ຂອງ com.
  • File Manager: ຈັດການແຟັມຂໍ້ມູນ ເຊັ່ນ: ສ້າງ, ລົບ ຫຼື ຍ້າຍຟາຍ ເຊິ່ງທ່ານສາມາດ Upload file ຈາກເຄື່ອງຂອງທ່ານຂື້ນໄປເທິງເຊີບເວີ ແລະ ແກ້ໄຂ Html ໄດ້.
  • ​Help: ຫົວຂໍ້ ຫຼື ໜ້າຈໍອະທິບາຍກ່ຽວກັບຄອນໂທຼເພເນລ.
  • Resource meter: ປະລິມານການໃຊ້ງານ Disk space, email, transfer ໃນແຕ່ລະວັນ.
  • Mail manager: ຈັດການກ່ຽວກັບອີເມວ (Email) ເຊັ່ນ: add, update, remove ຫຼື ປ່ຽນລະຫັດຜ່ານຂອງອີເມວ.
  • Mailing List: ສໍາລັບຕິດຕັ້ງ mailing list ເຊິ່ງຫຼັງຈາກຕິດຕັ້ງແລ້ວ ຈະສາມາດໃຊ້ mailing list ໄດ້ໂດຍຜ່ານຫົວຂໍ້ mail manager.
  • Counter: ສະຖິຕິຂອງຜູ້ຢ້ຽມຊົມເວັບໄຊທ໌.
  • Mysql database: ຖານຂໍ້ມູນ Mysql ເຊິ່ງທ່ານສາມາດສ້າງ, ແກ້ໄຂ, ລົບ table ຫຼື file ຫຼື ຂໍ້ມູນໃນ table ໄດ້.
  • Submit site to search engine: ປະຊາສໍາພັນເວັບໄຊທ໌ ໂດຍລົງທະບຽນທີ່ Seach engine ຍອດນິຍົມ ເຊັ່ນ: Infoseek, Alta Vista, Lycos, Excite, Hot Bot, Yahoo…
  • Add Script: ສາມາດຕິດຕັ້ງໂປຼແກຼມ ຫຼື Script ຕ່າງໆໄດ້ດ້ວຍຕົນເອງ ເຊັ່ນ: forum, WordPress, Joomla, Postnuke, smf (simple machines forum), magento, oscommerce, Zencart, opencart ແລະ ອື່ນໆ.

ໝາຍເລກໄອພີ (IP Address) ຫຼື Internet Protocal IP Address ຄືລະຫັດຜ່ານຕົວເລກທີ່ກໍານົດຂຶ້ນ ເພື່ອໃຊ້ອ້າງອີງເຖີງທີ່ຢູ່ຂອງ Web Hosting ແລະ ເນັດເວີກ (Network) ໂດຍໝາຍເລກໄອພີເຫຼົ່ານີ້ຈະບໍ່ຊໍ້າກັນ (Unique numeric) ເຊິ່ງມີມາດຕະຖານໃນການກໍານົດ ແລະ ເປັນທີ່ຮູ້ຈັກທົ່ວໂລກ ເຊັ່ນ: 198.41.0.52 ເປັນໝາຍເລກ IP ສໍາລັບກຸ່ມເຄື່ອຂ່າຍໃນອາເມລິກາ.

ທ່ານຈໍາເປັນຕ້ອງໃຊ້ບໍລິການເວັບໂຮດສຕິງ (Web Hosting) ຫາກທ່ານຕ້ອງການໃຊ້ຊື່ໂດເມນເນມ ສໍາລັບເວັບໄຊທ໌ ແລະ ອີເມວ ໃນຊື່ໂດເມນເນມຂອງທ່ານ ຫາກບໍລິການຂອງ ISP ບໍ່ໄດ້ໃຫ້ທ່ານໃຊ້ຊື່ໂດນເມນເນມທ່ານ (www.yourdomain.com) ຫຼື ການໃຊ້ງານອີເມວໃນຊື່ໂດເມນເນມຂອງທ່ານ (yourname@yourdomain.com).

ຫາກທ່ານມີອີເມວທີ່ໃຊ້ງານຢູ່ມາກ່ອນແລ້ວ ແລະ ຍັງຕ້ອງການໃຊ້ຊື່ອີເມວເດີມຢູ່ ທ່ານສາມາດ Forward ອີເມວທັ້ງໝົດໃຫ້ສົ່ງໄປເຖິງອີເມວເດີມໄດ້.

ການຍ້າຍເວັບໂຮດສະຕິງ (Web Hosting) ມາຢູ່ກັບ laoswebhost.com ນັ້ນມີຄວາມສະດວກ ແລະ ສາມາດປະຕິບັດໄດ້ດັ່ງນີ້:

ຂັ້ນຕອນທີ່ 1: ພຽງຕິດຕໍ່ພວກເຮົາ ໂດຍການໂທ ຫຼື ແຊັດ +856-20-9944 0084 ຫຼື ສົ່ງອີເມວ info@laoswebhost.com ເພື່ອແຈ້ງການເປີດໃຊ້ບໍລິການ.

ຂັ້ນຕອນທີ່ 2: ສ້າງ user hosting account ໃຫ້ກັບທ່ານ ໂດຍເຮົາຈະ Set up ທະບຽນຊື່ລູກຄ້າ ຫຼື Account, user, password ແລະ IPaddress ໃຫ້ກັບທ່ານ.

ຂັ້ນຕອນທີ່ 3: ຍ້າຍຂໍ້ມູນຂອງເວັບໄຊທ໌ ເຊັ່ນ: ຮູບພາບ, ຟາຍຕ່າງໆ ເປັນຕົ້ນແມ່ນ html ມາທີ່ໂຮດສ (Host) ໃໝ່ ແລະ ທົດສອບການໃຊ້ງານຜ່ານ IP Address ຂອງທ່ານເຊັ່ນ: https://216.147.89.133/~yoursitename/ ເພື່ອເບິ່ງວ່າເວັບເພຈຂອງເຮົາສະແດງຜົນໄດ້ຢ່າງຖືກຕ້ອງ.

ຂັ້ນຕອນທີ່ 4: ກໍລະນີທີ່ມີການຍ້າຍໂດເມນເນມ ຈະມີການສົ່ງອີເມວແຈ້ງຍ້າຍໂດເມນເນມ (Domain name transfer) ແຈ້ງໄປທີ່ຜູ້ທີ່ຈົດທະບຽນຊື່ໂດເມນເນມໃຫ້ກັບທ່ານ ໃຫ້ແກ້ໄຂຂໍ້ມູນການຈົດທະບຽນໃຫ້ກັບທ່ານ ມາໃຊ້ບໍລິການກັບ laoswebhost.com Nameservers ທີ່ລາວເວັບໂຮດສແຈ້ງໃຫ້ກັບທ່ານ.

ຂັ້ນຕອນທີ່ 5: ເມື່ອມີການແກ້ໄຂຂໍ້ມູນການຈົດທະບຽນໂດເມນເນມ ຈະມີອີເມວມາເຖິງທ່ານ ເພື່ອໃຫ້ທ່ານກວດກາຄວາມຖຶກຕ້ອງ (Verify the transfer) ຫຼັງຈາກນັ້ນ ຜູ້ຈົດທະບຽນຈະດໍາເນີນການຊີ້ໂດເມນເນມ ຫຼື Point ຫຼື ຊີ້ Domain Name ຂອງທ່ານມາທີ່ເຊີບເວີຂອງເຮົາ ຈາກນັ້ນທ່ານກໍຈະສາມາດເຂົ້າໃຊ້ງານເວັບໄຊທ໌ໄດ້ຕາມປົກກະຕິ.

ກໍລະນີທີ່ບໍ່ໄດ້ມີການຍ້າຍໂດເມນເນມ ມາຢູ່ກັບ Laoswebhost.com ຈະມີການສົ່ງອີເມວແຈ້ງ DNS (Domain Name Server) ແລະ ໝາຍເລກ IP ເຖິງທ່ານ ເພື່ອແຈ້ງໃຫ້ທ່ານ ແກ້ໄຂຂໍ້ມູນການຈົດທະບຽນໃຫ້ກັບທ່ານ ໃຫ້ຊີ້ Name Server ມາໃຊ້ກັບ laoswebhost.com Nameservers ທີ່ລາວເວັບໂຮດສແຈ້ງໃຫ້ກັບທ່ານ.

ເຊີບເວີ (Server) ຂອງ laoswebhost.com Web Hosting ໃຊ້ລະບົບປະຕິບັດການ Linux ແລະ Windows.

ຄ່າບໍລິການໃນການໃຊ້ບໍລິການເວັບໂຮດສຕິງນັ້ນ ຂຶ້ນຢູ່ກັບ Web Hosting Plan ທີ່ທ່ານໃຊ້ບໍລິການ > ຄຼິກບ່ອນນີ້ເພື່ອເບິ່ງລາຍລະອຽດ.

ເຊີບເວີ (Server) ຂອງ laoswebhost.com Web Hosting ໃຊ້ຖານຂໍ້ມູນ Mysql database ແລະ ໃຊ້ງານກັບພາສາ PHP.

laoswebhost.com Web Hosting ມີບໍລິການທັງ 2 ແບບ ຄື: File Transfer (FTP) ໃຫ້ ແລະ FTP ແບບ Anonymous.

FileZilla ເປັນໂປຼແກຼມທີ່ໃຊ້ຕິດຕໍ່ກັບ FTP Server ເພື່ອດາວໂຫຼດ ຫຼື ອັບໂຫຼດ File:


ໂດຍສະເພາະກັບເວັບໄຊທ໌ ເຮັດໃຫ້ເໝາະສົມສໍາລັບນັກອອກແບບເວັບໄຊທ໌ ນອກຈາກນີ້ FileZilla ຍັງຮອງຮັບການຖ່າຍ File ຢ່າງປອດໄພຜ່ານSSH (SFTP) ອີກດ້ວຍ. FileZilla ຮອງຮັບການກັບມາຖ່າຍ File ຕໍ່ໃນກໍລະນີທີ່ອັບໂຫຼດ ຫຼື ດາວໂຫຼດລົ້ມເຫຼວ ແລະ ເຮັດວຽກໄດ້ດີຜ່ານຟາຍວອລ ແລະ ພຣອກຊີ. ຄຼິກເພື່ອ Download FileZilla

ໂປຼແກຼມ FTP WinSCP:


ເປັນໄຄລເອນຕ໌ SFTP ຟຣີແບບໂອເພນຊອສ, ໄຄລເອນຕ໌ FTP, ໄຄລເອນຕ໌ WebDAV, ໄຄລເອນຕ໌ S3, ແລະ ໄຄລເອນຕ໌ SCP ສໍາລັບ Windows ຟັງຊັນຫຼັກຂອງ WinSCP ຄືການຖ່າຍໂອນຟາຍລະຫວ່າງເຄື່ອງຄອມພິວເຕີ ກັບຄອມພີວເຕີລະຍະໄກ. ນອກເໜືອຈາກນີ້ WinSCP ຍັງມີສະຄຼິບ ແລະ ຟັງຊັນການຈັດການຟາຍພື້ນຖານ. ຄຼິກເພື່ອ Download WinSCP

ໃນການເຂົ້າຈັດການ Email Account ທ່ານສາມາດເພີ່ມລາຍຊື່ອີເມວ ຫຼື ລົບລາຍຊື່ອີເມວ ໂດຍລະບົບຄອນໂທຼເພເນລ (Control Panel) ໂດຍເຂົ້າໄປທີ່ URL https://www.yourdomain.com:2083 (ປ່ຽນຈາກຂໍ້ຄວາມ yourdomain ເປັນຊື່ໂດເມນເນມຂອງທ່ານ) ແລ້ວຈະເຮັດໜ້າຕ່າງລ໋ອກອິນ cPanal ໃສ່ User & Password. ຫຼັງຈາກນັ້ນ, ເລືອກເມນູ “Email” ຫຼື ເລືອກໄອຄອນ “Accounts” ເພື່ອເຂົ້າໄປຈັດການອີເມວ.

ໃຫ້ທ່ານລອງກວດກາເບິ່ງວ່າ ໄດ້ Upload ຟາຍໄປຍັງໂຟດເດີ (Folder) ຫຼື directory ທີ່ຖືກຕ້ອງ ໂດຍຟາຍທີ່ Upload ຈະຕ້ອງຢູ່ພາຍໃຕ້ໂຟດເດີ(Folder) public_html ແລະ ຊື່ຟາຍທໍາອິດໃນການຮຽກໃຊ້ຈະຕ້ອງເປັນ index.php ຫຼື index.html ຫຼື index.htm ຫຼື index.shtml ແນວໃດແນວໜຶ່ງ ເປັນຕົ້ນ.

ທ່ານສາມາດຮຽກເບິ່ງຄູ່ມືສໍາລັບການໃຊ້ງານຂອງ Control Panel ເບິ່ງຕາມລິ້ງຕໍ່ໄປນີ້: https://documentation.cpanel.net

ໄດ້ໂດຍໄປທີ່ URL: https://www.yourmainname.com/webmail (ແລ້ວປ່ຽນ yourdomain.com ໃຫ້ເປັນຊື່ໂດເມນເນມຂອງທ່ານ).

ຈາກປັນຫາ mail ຖືກ mark ຄໍາວ່າ spam ທີ່ subject ນັ້ນ ເນື່ອງຈາກເມື່ອມີອີເມວເຂົ້າມາ ແລະ ອາດເຂົ້າຂ່າຍອີເມວຂຶ້ນເຫຍື້ອ ລະບົບ mail server ໄດ້ກວດກາ ແລະ ທໍາການ Mark subject ຂອງ mail ທີ່ມີລັກສະນະເປັນ Spam mail ດ້ວຍຂໍ້ຄວາມ {spam?}, {Disarmed} ຫຼື {Definitely Spam?}.

ໂດຍອີເມວທີ່ຖືກ Mark subject ສາມາດສັ່ງໃຫ້ໄປຢູ່ໃນໂຟດເດີ Junk ໄດ້ ໂດຍກໍານົດ filter ຕາມຂັ້ນຕອນຂ້າງລຸ່ມນີ້:

  • Login ເຂົ້າໃຊ້ງານ Cpanel
  • ໄປທີ່ ໄອຄອນ Email Filter
  • ຄຼິກ “Create a new filter”
  • ກໍານົດຊື່ໃນຊ່ອງ Filter Name ເຊັ່ນ: Spam
  • ໃນສ່ວນ Rule ຊ່ອງທໍາອິດໃຫ້ເລືອກວ່າ ຈະເລືອກທີ່ຈະບຼອກຂໍ້ຄວາມຈາກຫຍັງ ເຊັ່ນ: Subject
  • ຊ່ອງທີ່ສອງໃຫ້ເລືອກ “Contains”
  • ຊ່ອງທີ່ສາມໃຫ້ໃສ່ຊື່ທີ່ຕ້ອງການຈະບຼອກ ເຊັ່ນ: {Spam?}
  • ໃນສ່ວນການເປີດໃຊ້ງານ ຫຼື “Activate” ກໍສາມາດເລືອກ Activate ເຊັ່ນ: ເລືອກ Deliver to Folder
  • ຄຼິກ “Browse”
  • ເລືອກໂຟດເດີ “Junk”
  • ຄຼິກທີ່ປຸ່ມ “Create”

ໂດຍເຂົ້າໄປກວດສອບ ແລະ ລົບອີເມວໃນໂຟດເດີ Junk ສ່ວນນີ້ອອກເປັນປະຈໍາ ເພື່ອປ້ອງກັນບໍ່ໃຫ້ພື້ນທີ່ການໃຊ້ງານເຕັມໄວ ຫຼື ຫາກບໍ່ຕ້ອງການຮັບອີເມວທີ່ຖືກ Mark spam ທ່ານສາມາດກໍານົດໃຫ້ Filter ໃນສ່ວນ Activate ໃຫ້ລົບອອກໄດ້.

ໂປຼແກຼມແອນຕີ້ໄວຣັດ ທ່ານສາມາດຕິດຕັ້ງ Avast antivirus ໂດຍດາວໂຫຼດໂປຼແກຼມ antivirus ຕາມລິ້ງຕໍ່ໄປນີ້: https://www.avast.com/free-antivirus-download